ເຫດລະທຶກ! ເມື່ອມີໂຈນແລ່ນຖືປືນຂື້ນມາເທິງເວທີຈໍ່ຍິງຜູ້ນຳພັກບັງແກເລຍ ຂະນະກ່າວສຸນທະລາພອນ
ຜູ້ສື່ຂ່າວລາຍງານວ່າ ໄດ້ເກີດເຫດລະທຶກຂວັນຂື້ນ ເມື່ອທ່ານ ອັດເໝັດ ໂດການ ຜູ້ນຳຂະບວນການເພື່ອສິດທິແລະເສລີພາບ (MRF) ເຊິ່ງເປັນຜູ້ນຳພັກຊົນກຸ່ມນ້ອຍຂອງປະເທດບັງແກເລຍ ກຳ...ລັງກ່າວສຸນທະລາພອນຢູ່ເທິງເວທີໃນການປະຊຸມເລືອກຫົວໜ້າພັກຄົນໃໝ່ໃນເມືອງໂຊເຟຍ ເມືອງຫຼວງຂອງບັງແກເລຍ ເມື່ອຢູ່ດີໆ ກໍ່ມີຊາຍຄົນໜຶ່ງຂື້ນມາແລ້ວຖືປືນຈໍ່ຍິງຫົວ ທ່ານອາເໝັດ ຮອດເທິງເວທີ ແຕ່ໂຊກດີປືນຂັດລຳກ້ອງ ເຮັດໃຫ້ ທ່ານອາເໝັດ ຫີບຫຼົບ ກ່ອນທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພແລ່ນຂື້ນມາຈັບໂຕໂຈນໄດ້ຢ່າງໄວວາ ພາຍຫຼັງໄດ້ຮູ້ວ່າ ຊາຍຄົນດັ່ງກ່າວ ຊື່ ທ້າວອອດໄຕ ເອນິເມມາດອບ ອາຍຸ 25 ປີ ເປັນຊາວບັງແກເລຍ ເຊື້ອສາຍຕຸລະກີ ແລະຈາກການຕວດສອບປືນທີ່ໄດ້ນຳມາ ເປັນປືນອັດແກັດທີ່ບໍ່ໄດ້ອັນຕະລາຍຫຼາຍ ເຮັດໃຫ້ ທ່ານ ອາເໝັດ ບໍ່ໄດ້ຮັບບາດເຈັບ ນອກຈາກນີ້ ເມື່ອຄົ້ນໂຕ ທ້າວ ອອດໄຕ ກໍ່ພົບມີດອີກ 2 ເຫຼັ້ມ
ສະຫະລັດ ເຕືອນຈີນ ກ່ຽວກັບ ອາດຊະຍາກໍາ ທາງ ອິນເຕີແນັດ

ເຈົ້າໜ້າທີ່ຂັ້ນສູງ ປະຈໍາທໍານຽບຂາວຄົນນຶ່ງ ຮຽກຮ້ອງໃຫ້ຈີນ ຈົ່ງ ເອົາບາດກ້າວຢຸດເຊົາການກໍ່ອາຊະຍາກຳທາງດ້ານອິນເຕີແນັດ ໂດຍກ່າວວ່າ ບັນຫາດັ່ງກ່າວ “ກໍາລັງເປັນການທ້າທາຍທີ່ເຕີບ ໃຫຍ່ຂຶ້ນນັບມື້” ຕໍ່ຄວາມສໍາພັນລະຫວ່າງສະຫະລັດ ແລະຈີນ.
ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຂອງສະຫະລັດ ທ່ານ Tom Donilon ໄດ້ຮຽກຮ້ອງໃນວັນຈັນວານນີ້ ໃຫ້ຈີນຮັບຮູ້ໃນຄວາມຮ້າຍແຮງຂອງບັນຫານີ້ ແລະທໍາການເຈລະຈາກັບສະຫະລັດ ໃນເລື້ອງຄວາມປະພຶດທາງອິນເຕີແນັດ ທີ່ຮັບເອົາໄດ້ນັ້ນ.
ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ Hua Chunying ໄດ້ກ່າວຕອບໃນວັນອັງຄານມື້ນີ້ວ່າ ປັກກິ່ງແມ່ນເປີດກ້ວາງຕໍ່ການເຈລະຈາ ແຕ່ທ່ານນາງຢືນຢັດວ່າ ຈີນແມ່ນເປັນຜູ້ຮັບເຄາະ ບໍ່ແມ່ນຜູ້ກໍ່ອາຊະຍາກຳທາງດ້ານອິນເຕີແນັດ.
ບໍລິສັດເທັກໂນໂລຈີໃຫຍ່ຫລາຍແຫ່ງຂອງສະຫະລັດ ຮວມທັງ Apple, Facebook ແລະ Twitter ໄດ້ຖືກໂຈມຕີໃນຕົ້ນປີນີ້. ໜັງສືພິມ The New York Times, Wall Street Journal, ແລະ Washington Post ກໍພາກັນກ່າວວ່າ ເຂົາເຈົ້າກໍໄດ້ຖືກໂຈມຕີ ໂດຍພວກເຈາະຂໍ້ມູນ ທີ່ມີຖານປະຕິບັດງານຢູ່ຈີນ ຄືກັນ.
ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຂອງສະຫະລັດ ທ່ານ Tom Donilon ໄດ້ຮຽກຮ້ອງໃນວັນຈັນວານນີ້ ໃຫ້ຈີນຮັບຮູ້ໃນຄວາມຮ້າຍແຮງຂອງບັນຫານີ້ ແລະທໍາການເຈລະຈາກັບສະຫະລັດ ໃນເລື້ອງຄວາມປະພຶດທາງອິນເຕີແນັດ ທີ່ຮັບເອົາໄດ້ນັ້ນ.
ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ Hua Chunying ໄດ້ກ່າວຕອບໃນວັນອັງຄານມື້ນີ້ວ່າ ປັກກິ່ງແມ່ນເປີດກ້ວາງຕໍ່ການເຈລະຈາ ແຕ່ທ່ານນາງຢືນຢັດວ່າ ຈີນແມ່ນເປັນຜູ້ຮັບເຄາະ ບໍ່ແມ່ນຜູ້ກໍ່ອາຊະຍາກຳທາງດ້ານອິນເຕີແນັດ.
ບໍລິສັດເທັກໂນໂລຈີໃຫຍ່ຫລາຍແຫ່ງຂອງສະຫະລັດ ຮວມທັງ Apple, Facebook ແລະ Twitter ໄດ້ຖືກໂຈມຕີໃນຕົ້ນປີນີ້. ໜັງສືພິມ The New York Times, Wall Street Journal, ແລະ Washington Post ກໍພາກັນກ່າວວ່າ ເຂົາເຈົ້າກໍໄດ້ຖືກໂຈມຕີ ໂດຍພວກເຈາະຂໍ້ມູນ ທີ່ມີຖານປະຕິບັດງານຢູ່ຈີນ ຄືກັນ.
ຂ່າວ ປກສ ປືນນັດດຽວ ເສຍຊີວິດ 9 ຄົນ

ກາຍເປັນເຫດການສະເທືອນຂວັນ ແລະ ອຸທາຫອນເຕືອນຫລາຍຄົນ ກ່ອນຈະຍິງປືນຂຶ້ນຟ້າແຕ່ລະນັດ ກັບເຫດຮູ້ເທົ່າບໍ່ເຖິງການຍິງປືນພຽງນັດດຽວໃນວັນເສົາຜ່ານມາຂອງ ປກສ ບ້ານນາຕ້າງ ແຂວງຫົວພັນ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດເຖິງ 9 ຄົນ ໂດຍສ່ວນໃຫຍ່ແມ່ນເດັກນ້ອຍ.
ເຫດເກີດເມື່ອຕອນແລງວັນທີ 12 ພຶດສະພາຜ່ານມາ ທີ່ຄຸ້ມຍຸນທອງບ້ານນາຕ້າງ ເມືອງຊຳເຫນືອ ແຂວງຫົວພັນ ຫລັງຈາກທີ່ປະຊາຊົນຄຸ້ມດັ່ງກ່າວໄດ້ປະກອບພິທີທາງສາສະຫນາ (ຍ້າຍຜີເຊິນ ) ຈາກບ້ານເກົ່າມາຮັກສາໄວ້ຢູ່ບ້ານໃຫມ່ ເມື່ອສຳເລັດພິທີແລ້ວກໍ່ໄດ້ພາກັນຍ່າງກັບຄືນເມືອເຮືອນຂອງ ໃຜລາວ ພໍຮອດກາງພູໃກ້ຈະຮອດບ້ານ ທ. ອຳພອນ ເຊິ່ງເປັນປະຊາຊົນໃນບ້ານໄດ້ພະລາດລົ້ມກິ້ງລົງພູ ປະມານ 6 ແມັດ ແລະ ເສຍຊີວິດຄາທີ່.
ຈາກນັ້ນ ທ. ສິງພອນ ເປັນ ປກສ ບ້ານໄດ້ເອົາປືນອາວຸດເສິກ (ຍີ່ຫໍ້ມະດົກມ້າ) ຢູ່ເຮືອນຂອງຜູ້ກ່ຽວມາຍິງຂຶ້ນຟ້າຈຳນວນ 1 ນັດ ເພື່ອເຕືອນໃຫ້ຊາວບ້ານຮັບຮູ້ວ່າມີເຫດເກີດຂຶ້ນ ແຕ່ບັງເອີນລູກປືນໄດ້ຖືກສາຍໄຟຟ້າແຮງກາງ 22 kv ເຮັດໃຫ້ສາຍໄຟຟ້າຂາດຫນຶ່ງເສັ້ນແລ້ວຕົກລົງມາສູ່ພື້ນດິນບໍລິເວນ ນັ້ນພໍດີຈິງເປັນເຫດເຮັດໃຫ້ໄຟຊ໋ອດ ແລະ ມີຄົນເສຍຊີວິດຈຳນວນ 9 ຄົນ.
ບຸກຄົນທີ່ເສຍຊີວິດໃນຄັ້ງນີ້ ປະກອບມີ: ທ. ສິງພອນ ອາຍຸ 42 ປີ (ຜູ້ຍິງປືນ), ທ. ບຸນ ອາຍຸ 16 ປີ, ນ. ເພັງ ອາຍຸ 14 ປີ, ນ. ຈັນ ອາຍຸ 7 ປີ, ທ. ຫມັ້ນ ອາຍຸ 9 ປີ, ນ. ບົງ ອາຍຸ 13 ປີ, ນ. ວັນ ອາຍຸ 9 ປີ, ທ. ຈັນ ອາຍຸ 17 ປີ ແລະ ນ. ວອນ ອາຍຸ 15 ປີ ໂດຍທັງຫມົດເປັນປະຊາຊົນຄຸ້ມຍຸນທອງບ້ານນາຕ້າງ ເມືອງຊຳເຫນືອ ແຂວງຫົວພັນ.
ຢ່າງໃດກໍ່ຕາມ ຜ່ານການສະຫລຸບຄະດີໃນເບື້ອງຕົ້ນຂອງເຈົ້າຫນ້າທີ່ກ່ຽວຂ້ອງເຫັນ ວ່າ: ເຫດການດັ່ງກ່າວເປັນອຸບັດເຫດ ໂດຍບໍ່ກ່ຽວຂ້ອງກັບເຕັກນິກ ແລະ ຄວາມຜິດພາດໃນການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຂອງບໍລິສັດຜູ້ຕິດຕັ້ງໄຟຟ້າແຕ່ຢ່າງໃດເຖິງ ແມ່ນວ່າຕາຂ່າຍດັ່ງກ່າວແມ່ນພວມຢູ່ໃນໄລຍະການກໍ່ສ້າງ ແລະ ຕິດຕັ້ງກໍ່ຕາມ.
ຂະນະທີ່ບໍລິສັດຜູ້ຮັບເຫມົາກໍ່ສ້າງ ແລະ ຕິດຕັ້ງດັ່ງກ່າວກໍ່ໄດ້ມອບເງິນຊ່ວຍເຫລືອປົງສົບຜູ້ເສຍຊີວິດແລ້ວ ຈຳນວນ 5 ລ້ານກີບ ແລະ ລັດວິສາຫະກິດໄຟຟ້າລາວສາຂາແຂວງຫົວພັນຊ່ວຍເຫລືອ 2 ລ້ານກີບ. ພ້ອມທັງສົ່ງບົດລາຍງານ ແລະ ບົດສະເຫນີມາຍັງພະແນກສະຫວັດດີການ ແລະ ສັງຄົມແຂວງເພື່ອຫາທາງຊ່ວຍເຫລືອຄອບຄົວຜູ້ເສຍຊີວິດຕໍ່ໄປ.
ເສົາຫຼາ ສັດຊະນິດດຽວທີ່ໃຫ້ຊື່ໂດຍຄົນລາວ ແລະກາຍເປັນຊື່ເອີ້ນສາກົນ ໄດ້ຖືກພົບເຫັນທີ່ປະເທດຫວຽດນາມ
![]() |
ເສົາຫຼາ ສັດຊະນິດດຽວທີ່ໃຫ້ຊື່ໂດຍຄົນລາວ ແລະກາຍເປັນຊື່ເອີ້ນສາກົນ ໄດ້ຖືກພົບເຫັນທີ່ປະເທດຫວຽດນາມ ນັບວ່າເປັນການພົບເຫັນຄັ້ງທຳອິດໃນຮອບ 15 ປີ ຂ່າວເປີດເຜີຍວ່າໃກ້ຈະສູນພັນເພາະຖືກແຮ້ວຂອງນາຍພານ ຄາດວ່າຍັງມີເຫຼືອຢູ່ຕາມຊາຍແດນລາວ-ຫວຽດນາມ ບໍ່ທໍ່ໃດໂຕ !! ລາຍລະອຽດອ່ານຕໍ່ http://news.voicetv.co.th/global/87870.html" |
No comments:
Post a Comment