ເຫດລະທຶກ! ເມື່ອມີໂຈນແລ່ນຖືປືນຂື້ນມາເທິງເວທີຈໍ່ຍິງຜູ້ນຳພັກບັງແກເລຍ ຂະນະກ່າວສຸນທະລາພອນ

 
ຜູ້ສື່ຂ່າວລາຍງານວ່າ ໄດ້ເກີດເຫດລະທຶກຂວັນຂື້ນ ເມື່ອທ່ານ ອັດເໝັດ ໂດການ ຜູ້ນຳຂະບວນການເພື່ອສິດທິແລະເສລີພາບ (MRF) ເຊິ່ງເປັນຜູ້ນຳພັກຊົນກຸ່ມນ້ອຍຂອງປະເທດບັງແກເລຍ ກຳ...ລັງກ່າວສຸນທະລາພອນຢູ່ເທິງເວທີໃນການປະຊຸມເລືອກຫົວໜ້າພັກຄົນໃໝ່ໃນເມືອງໂຊເຟຍ ເມືອງຫຼວງຂອງບັງແກເລຍ ເມື່ອຢູ່ດີໆ ກໍ່ມີຊາຍຄົນໜຶ່ງຂື້ນມາແລ້ວຖືປືນຈໍ່ຍິງຫົວ ທ່ານອາເໝັດ ຮອດເທິງເວທີ ແຕ່ໂຊກດີປືນຂັດລຳກ້ອງ ເຮັດໃຫ້ ທ່ານອາເໝັດ ຫີບຫຼົບ ກ່ອນທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພແລ່ນຂື້ນມາຈັບໂຕໂຈນໄດ້ຢ່າງໄວວາ ພາຍຫຼັງໄດ້ຮູ້ວ່າ ຊາຍຄົນດັ່ງກ່າວ ຊື່ ທ້າວອອດໄຕ ເອນິເມມາດອບ ອາຍຸ 25 ປີ ເປັນຊາວບັງແກເລຍ ເຊື້ອສາຍຕຸລະກີ ແລະຈາກການຕວດສອບປືນທີ່ໄດ້ນຳມາ ເປັນປືນອັດແກັດທີ່ບໍ່ໄດ້ອັນຕະລາຍຫຼາຍ ເຮັດໃຫ້ ທ່ານ ອາເໝັດ ບໍ່ໄດ້ຮັບບາດເຈັບ ນອກຈາກນີ້ ເມື່ອຄົ້ນໂຕ ທ້າວ ອອດໄຕ ກໍ່ພົບມີດອີກ 2 ເຫຼັ້ມ

No comments:

Post a Comment